ສະບາຍດີ ເດີມົດສຸຄົນ 😍Hello steemit friends
ມື້ນີ້ ມີຄວາມດີໃຈ ທີ ຈະໄດ້ເຫັນ ຄົນລາວເຮົາ ໃຊ້ ສິດທິ ແລະ ພາສາ ກັນໄດ້ ເຕັມທີ່ ບໍ່ແພ້ຄົນຊາດ ອື່ນ ທີເຂົາ ກະສາມາດ ໃຊ້ພາສາ ຂອງພວກເຂົາ ຊືສານ ກັນ ພວກ ເຮົາຄົນລາວ ທຸກຄົນ ກໍຄວນ ໄດ້ ຮັບສິດ ສະເໝີພາບ ຄືຄົນອື່ນໄດ້ ແມ່ນບໍ່ ? ຕ້ອງຂອບໃຈ ທ້າວສັກດາ ທີ່ ຊອກຫາ ຂໍ້ມູນ ເພື່ອໃຫ້ ຄົນລາວເຮົາທຸກຄົນ ໄດ້ຮັບສິດນີ້ ! ນອກຈາກນີ້ ແລ້ວ ຂ້ອຍຄິດວ່າ ພວກເຮົາ ທຸກຄົນ ຄວນ ມີສ່ວນ ເຮັດ ໃຫ້ ທີມລາວ ເຂັ້ມແຂງ ຂື້ນ ໂດຍ ການຊອກຫາຂໍ້ມູນ ແລ້ວກະທັກສະ ຕ່າງໆ ເພື່ອມາ ປັບປຸງໂພດ ຂອງເຮົາເອັງ ໃຫ້ດີ ຂື້ນ ໜ້າສົນໃຈຂື້ນ .
ຖ້າ ອິເວົ້າ ໄປແລ້ວ ຂ້ອຍ ກະຍັງ ບໍ່ໄດ້ ເກັ່ງ ບໍ່ໄດ້ ມີຄວາມຮູ້ ຫຼາຍປານ ນັ້ນ ຂ້ອຍ ກະຍັງຊອກ ຮຽນຮູ້ ຢູ່ສຸມື້ ເພື່ອປັບປຸງໃຫ້ດີຂື້ນ ໄປ ເທື່ອລະກ້າວ ແລ້ວ ຂ້ອຍ ກະເຊື່ອວາ ຄົນລາວ ເຮົາທຸກຄົນ ກະເຮັດໄດ້ ຄືກັນ ກັບຄົນ ອື່ນ ມື້ນີ້ ບໍ່ແມ່ນ ແຕ່ຂ້ອຍ ອິຢາກ ເວົ້າ ເລື່ອງນີ້ ແຕ່ຂ້ອງ ກະ ຍັງ ມີ ຮູບອາຫານ ພື້ນບ້ານ ຂອງລາວ ເຮົາ ມາຟາກ ມາຕ້ອນ ຍ້ອນ ຂ້ອຍ ມັກ ເກັບຮູບ ພາບ ຕາມທຳມະຊາດ ດອກໄມ້ ອາຫານ ແລະ ສັດ 📸 ຂ້ອຍມັກ ຖ່າຍຮູບ ຕາມສະຖານທີ່ຕ່າງ ທີຂ້ອຍໄປ ແລ້ວ ກະ ອາຫານ ຕ່າງໆ ທີ່ຂ້ອຍ ກິນ 😁 ເພື່ອ ເກັບມາ ຂຽນ ເປັນໂພດ ລົງsteemit
ຖ້າອິເວົ້າໄປ ຂ້ອຍ ກະມັກ ມົດສຸ ອັນ ມັກ ແບບອາຫານ ບ້ານໆ ຍ້ອນ ຂ້ອຍ ໃຫຍ່ ມາກັບ ອາຫານ ພວກນີ້ ມັນເຮັດ ໃຫ້ ຄຶດຮອດ ຕອນຍາມນ້ອຍ ທີ່ໄດ້ ກິນ ຄວາມຮູ້ສຶກ ມັນ ກະ ອິກັບ ໄປ ຢູ່ໃນ ຊ່ວງນັ້ນ ຮ່າຮ່າ ມີເພີ ແດ່ຈັກ ໜ່ອຍ 😆
ມັກ ມົດສຸຢ່າງ ທີ່ຖ່າຍມານີ້ ນະ ເປັນອາຫານ ຈາກ ຫຼວງພະບາງ ເຮົາ ທັ້ງມົດ ເລີຍ ແຊບ ຖືກໃຈ 👌ໃຫ້ໄປເຕັມໆ ເລີຍ ທຸກເມນູ ທີ່ສຳຄັນ ຄົນລາວ ໃຊ້ຂອງລາວ ເພື່ອ ປະເທດລາວເຮົາ 💕💕💕
Thank you for visit my blog 💕
Will see you again next post 😍