ມື້ນີ້ພວກເຮົາຈະມາເວົ້າກ່ຽວກັບຂໍ້ຫ້າມຂອງການໂພດ
ແລະແນ່ນອນວ່າ teamlaos ຄວນອ່ານເບີ່ງເພາະຂໍ້
ມູນແຕ່ລະໂພດທີ່ໂພດໄປມັນມີຄວາມສຳຄັນຫຼາຍ
ແລ້ວ ທີມລາວຂອງເຮົາກະຄວນໃຫ້ຄວາມສຳຄັນ
ກ່ຽວກັບການອ່ານແດ່ ເພື່ອຫາຂໍ້ມູນມາພັດທະນາ
ໃຫ້ໂພດທຸກໂພດຂອງໂຕເອັງດີ ຂື້ນ
ໂດຍການຮຽນຮູ້ຈາກຂໍ້ມູນເບື່ອງຕົ້ນກັບໂພດນີ້:
ທີມລາວຂອງພວກເຮົາບໍ່ຄວນໂພດກ່ຽວກັບການລົບລູ່
ຜູ້ອື່ນຫຼືສີ່ງທີ່ບໍ່ດີຂອງສະຖາບັນຂອງຊາດບ້ານເມືອງ
ຂອງສາດສະໜາຂອງເຮົາແລະຂອງລັດທະທຳມະມູນ
ເບື້ອງສູງ ນີ້ຖືເປັນຄວາມຜິດ
ຫ້າມໂພດເລື່ອງໃດໆທີ່ກ່ຽວກັບການເມືອງຫຼືນຳເລື່ອງ
ການເມືອງມາເວົ້າລົມກັນໃນsteemit ຫ້າມເດັດຂາດ
ຫ້າມໂພດຊໍ້າຫຼືປ່ຽນແປງຈາກໂພດເກົ່າໜ່ອຍໜື່ງ
ແລ້ວເອົາມາໂພດໃໝ່ເຮັດແບບນີ້ຖືວ່າບໍ່ຖືກຕ້ອງ
ແລ້ວກະບໍ່ຄວນເຮັດເດັດຂາດ
ຫ້າມໂພດຫຼືເຜີຍແຜ່ຂ່າວສານຈາກນັ່ງສືພີມ ເຟດບຸກ
ຫຼືສີ່ງສັງຄົມອອນລາຍ ທີ່ເຈົ້າບໍ່ໄດ້ເປັນເຈົ້າຂອງຫຼືມີ
ລິຂະສິດຢ່າງຖືກຕ້ອງຕາມກົດໝາຍ
ຫ້າມໂພດເລື່ອງອື່ນໆກ່ຽວກັບເສັກຮູບພາບວິດີໂອໂປ້
ປະເປືອຍ ຢ່າງເດັດຂາດເພາະວ່າບ້ານເມືອງລາວ
ໜ້າຕາຂອງປະເທດເຮົາຂື້ນກັບພວກເຈົ້າແລ້ວວ່າອິ
ເອົາຫຍັງມາສະເໝີໃຫ້ຕ່າງຊາດເຂົາເບີ່ງນະ
ເຈົ້າສາມາດໂພດເນື້ອຫາກ່ຽວກັບຕົ້ນສະບັບທີ່ມີຊື່ຜູ້
ແຕ່ງເທົ່ານັ້ນເຈົ້າສາມາດໃຊ້ຮູບພາບສຳລັບໂພດຂອງ
ເຈົ້າແລະບອກທີ່ມາຂອງຮູບຂຽນໃສ່ລຸ່ມຮູບວ່າເຈົ້າໄດ້
ເອົາມາຈາກໃສ...
Cyber law ກົດໝາຍໄຊເບີ ອາດສະຍາກຳທາງອິນ
ເຕີເນັດຄອບຄຸມກ້ວາງໄກເກືອບທົ່ວໂລກມີໂທດຮ້າຍ
ແຮງຫຼາຍກ່ອນທີ່ເຈົ້າຄຶດ ກ່ອນທີ່ເຈົ້າຈະເຮັດຫຍັງ
ຄວນຄຶດໃຫ້ລອບຄອບກ່ອນບໍ່ຊັ້ນໄພອາດຈະມາຮອດ
ໂຕໂດຍທີ່ບໍ່ຮູ້ຕົວ
ຫ້າມໂພດຮູບພາບຂອງນາຍແບບນາງແບບຊາດຕ່າງ
ຊາດຫຼືຊາວລາວຍົກເວັ້ນເຈົ້າໄດ້ຮັບອານຸຍາດຈາກພວກ
ເຂົາກ່ອນເພາະຖ້າບໍ່ໄດ້ຮັບອະນຸຍາດເຂົາອາດຈະຟ້ອງ
ຄ່າເສຍຫາຍທີ່ມີຮູເຂົາທີ່ເຈົ້າເອົາມາລົງໂດຍບໍ່ໄດ້ຮັບອະ
ນຸຍາດຍ້ອນແນວນີ້ເຈົ້າຈື່ງຂໍອະນຸຍາດເຈົ້າຂອງເຂົາກ່ອນ
ທີ່ຈະລົງຮູບເຂົາລົງໄປເນາະ
ຫ້າມລ່ວງລະເມີດກົດແລະຫ້າມໂພດ spams
ບໍ່ຄວນອັບໂຫວດໃຫ້ໂຕເອັງສຳຄັນຫຼາຍອັນນີ້
Don't up vote for yourself