ກະຄືຢ່າງທີ່ພວກເຮົາໄດ້ເຫັນມາແດ່ແລ້ວເນາະການທີ່
ເຮົາຊ່ວຍເຫຼືອກັນໃນທີມມັນເປັນສີ່ງທີ່ດີຫຼາຍສຳຫຼັບທີມ
ເພາະມັນຈະເຮັດໃຫ້ຜູ້ທີ່ເຂົາ support ຊ່ອຍເຫຼືອເຮົາ
ເຫັນວ່າພວກເຂົາຊ່ວຍເຫຼືອບໍ່ຜິດທີມແລ້ວ
ຂ້ອຍຈະຍົກປະເດັນງ່າຍໆຈາກທີມໄທມາໃຫ້ເບີ່ງເນາະ
ວ່າພວກເຂົາບໍ່ເຂົ້າໃຈບາງຢ່າງກັບຫົວໝ້າທີມແລ້ວກະພາກັນລຸກຂື້ນມາຕໍ່ຕ້ານຄ້ອມເມັນເປັນກຸ່ມຊື່ງການທີ່ເຈົ້າເຮັດ
ແນວນັ້ນມັນເຮັດໃຫ້ເສຍພາບພົດລະບົບໄປແລ້ວກະເສຍ
ມາຮອດໂຕເຈົ້າເອັງອີທີ່ຄ່ອມເມັນໄປໂດຍບໍ່ຄິດໃຫ້ລະອຽດ
ດີກ່ອນ ຂໍໃຫ້ທີມເຮົາເບີ່ງເປັນແບບຢ່າງແລະບໍ່ຄວນເຮັດ
ແນວນັ້ນຖ້າບໍ່ມີທີມທີ່ພະຍາຍາມຊ່ວຍເຈົ້າກະຄືອິບໍ່ສາ
ມາດໄດ້ຮັບເງິນລາງວັນຮອດ ຫ້າດອນ ດ໋ອກເນາະ???
ເພາະຖ້າຈະທຽບໃສ່ ນານາຊາດ ພວກເຈົ້າກະຄືອິເຫັນ
ໂພດຂອງພວກເຂົາແລ້ວວ່າມັນຍາວ ເປັນ2-3ໜ້າ ແຖມ
ພາສາອັງກິດກະບໍ່ແມ່ນພາສາທີ່ເຮົາຈະເຂົ້າໃຈໄດ້
ລ້ອຍເປີເຊັນ ເພາະສະນັ້ນເຮົາຍັງຕ້ງ ອາໄສພາບພົດ
ຂອງທີມໄວ້ໃຫ້ໄດ້ດີທີ່ສຸດ
ເມື່ອກ່ອນທີມໄທກະອາໄສການຊ່ອຍເຫຼືງຈາກທີມ
ນານາຊາດແລ້ວປະມານ ອາທິດແລ້ວນີ້ ພວກເຂົາສາ
ມາດຫາທີມຊ່ວຍເຫຼືອງໄດ້ນັ້ນກະຄື ເຂົາສາມາດ
ມິສິດໃຊ້ ຜົນໂຫວດໃຫ້ລາງວັນໂພດທີ່ເຮັດໄດ້ດີ
ຂຽນເປັນລະບຽບໄດ້ມາດຕະຖານຕາມທີ່ໂພດ ຂອງ
ໄດ້ບອກໃຫ້ວິທີໂພດ
ແມ່ນແລ້ວທີມລາວນ້ອຍໆຂອງເຮົາຍັງຕ້ອງອາໄສຄວາມ
ຊ່ວຍເຫຼືອຈາກທີມອື່ນຢູ່ຕອນນີ້ເພາະຈຳນວນຄົນໃນທີມຂອງເຮົາຍັງໝ້ອຍແລ້ວກະນ້ອຍພຽງແຕ່ຈັກຄົນກະນັບໄດ້ຢູ່
ເພາະສະນັ້ນເຮົາຕ້ອງພະຍາຍາມເຮັດໂພດອອກມາໃຫ້
ດີທີສຸດເທົ່າທີ່ເຮົາຈະເຮັດໄດ້ເພື່ອຜົນປະໂຫຍດຂອງເຈົ້າ
ເອັງແລ້ວກະເພື່ອໝ້າຕາຂອງທີມທີ່ມີຄົນເກັງມີຄຸນນະພາບ
ເອົາໃຈໃສ່ພັດທະນາໂຕເອັງໄດ້ດີຂື້ນທຸກໆໂພດ💪
ຂ້ອຍຢາກໃຫ້ພວກເຮົາກ້າວຍ່າງໄປນຳກັນເຮັດໃຫ້ທີມ
ເຂັ້ມແຂງຂື້ນໄປນກັນເພາະມັນເປັນໝ້າທີຂອງທຸກຄົນ
ໃນທີມທີ່ຄວນຊ່ວຍກັນຫາຄົນໃໝ່ມາເພີ່ມໃນທີມ
ແລ້ວກະຊ່ວຍເຂົ້າໃຫ້ເຂົ້າໃຈໄດ້ກ່ຽວກັບການໂພດຫຼີນ
ລົງຮູບແລະອື່ນ..