ສະບາຍດີ steemit friends 😊
ມື້ນີ້ ແມ່ນຂ້ອຍ ມີ ຮູບນົກ Galah cockatoo,ມາຕ້ອນ ຂ້ອຍຖ່າຍຮູບນີ້ ປະມານຕອນເຊົ້າ ທີ່ພວກນົກ ມັກອອກ ມາເລາະ ກິນອາຫານ ເບີ່ງ ເພີ່ນ ສອງໂຕ ຄື ອິເປັນ ອິດສະລະ ດີ ຢາກໄປ ໃສ ກະໂບຍບິນໄປ ເມື່ອຮູ້ສືກ ຫີວ ກະຫາ ຂອກຫຍັງ ກິນ ຕາມທຳມະຊາດ ຊີວິດ ແບບນີ້ ກະດີຢູ່ 😁 ບໍ່ຕ້ອງ ເຮັດຫາໃຫ້ເກີນໂຕ ເກີນກຳລັງ ເອົາແຕ່ ອີ່ມທ້ອງໄປ ວັນໆ ແຕ່ສັງ ຄົມ ມະນຸດ ພວກ ເຮົາບໍ່ເປັນ ແນວ ນັ້ນ ແລ້ວ ແຮງມີ ກະແຮງ ຫາ ຈົນລືມ ເວລາ ໃຫ້ ຄົນອ້ອມຂ້ອງ ຄອບຄົວ !
ຖ້າເຮົາບໍ່ ຮູ້ ຈັກ ພໍ ກະຫາຄວາມ ສະຫງົບສຸກ ມາໃສ່ໂຕ ແລະຄົນອ້ອມຂ້າງຍາກ ຍ້ອນແນວ ນີ້ ຂ້ອຍ ຈື່ງພະຍາຍາມ ລະຄວາມ ຢາກໄດ້ ອັນເກີນຈຳ ເປັນ ເອົາເທົ່າ ທີ່ເຮົາ ເຮັດ ຫາໄດ້ ແລ້ວກະບໍ່ຕ້ອງ ການ ທີ່ຈະເປັນ ພາລະ ໃຫ້ ກັບຄົນ ອື່ນ ເຂົາ ເຮັດ ຫາໄປ ຕາມ ຄວາມສາມາດຂອງຕົນ ເອັງ ເຮັດ ເອັງ ເກັບຮັກສາ ເອັງ ເມື່ອ ຕົນເປັນ ທີ່ພື່ງຂອງຄົນ ໄດ້ ແລ້ວ ກະຊ່ອຍ ຄົນ ອ້ອມ ຂ້າງ ເທົ່າທີ່ ເຮົາມີ ກຳລັງ ບໍ່ ແມ່ນ ເອັນດູເຂົາເອັນເຮົາຂາດ , ແບບນີ້ ກະບໍ່ໄຫວ ເພາະ ເຈົ້າ ຈະສ້າງ ຄວາມເດືອດ ຮ້ອນ ໃສ່ໂຕເອັງ !
ສຳລັບຄົນ ອື່ນ ທົ່ວໄປ ຖ້າ ເຂົາ ບໍ່ຈີ່ງໃຈ ບໍ່ມັກ ໃນສີ່ງທີ່ເຮົາ ເຮັດ ຕໍ່ໃຫ້ ພະຍາຍາມຊໍ່າໃດ ເຂົາ ກະຕິ ຢູ່ດີ ແຕ່ກົງກັນຂ້າມ ກັບຄົນ ທີ່ເຂົາ ຮັກແລະ ຫວັງດີ ກັບເຮົາ ຖີງ ເຮົາ ເຮັດ ຜິດພາດ ໄປ ຊໍ່ໃດ ເຂົາ ກະຍັງ ໃຫ້ກຳລັງ ໃຈ ຢູ່ຂ້າງໆ ບໍ່ໄປໃສ ແມ່ນບໍ່? ຕັ້ງແຕ່ໃຫຍ່ມາ ຮອດ ຊໍ່ານີ້ ຂ້ອຍ ຮູ້ສືກໄດ້ ວ່າ ມີ ບໍ່ຫຼາຍ ຄົນທີ່ຮັກ ແລ້ວກະຫວັງ ໃຫ້ເຮົາໄປ ຮອດຈຸດໝາຍ ທີ່ເຮົາຫວັງ ເພາະ ສະນັ້ນແລ້ວ ຈົ່ງສູ້ ກັບທຸກຢ່າງ ເພື່ອ ຈຸດໝາຍ ຂອງໂຕເຮົາເອັງ ຢ່າໄປ ຫວັງ ກັບຄົນອື່ນ ຫຼາຍເກີນໄປ
ตนเป็นที่พึ่งแห่งตน👍
Photography by
Canon EOS600D
Canon zoom lens EF-S 55-250mm
Location: Australia, Queensland
Love it steemit 💕😊 💕
Thank you for your support 🐣