ສະບາຍດີ ເນາະ ມົດສຸຄົນ
Hello steemit friends
ເນື່ອງຈາກວ່າ ນາງຫາກໍ ໄດ້ມາ ຕາດ ແກ້ງນູນ ເປັນ ຄັ້ງທຳອິດ ໃນ ຮອບຫຼາຍປີ ນາງ ກະເລີຍ ມັກ ຟິນເປັນພິເສດ ສາຍນໍ້າ ພູເຂົາ ສີຂຽວ ໂອ້ຍ ມັກເດ ຮູ້ສືກໂຊກດີ ທີ່ ຍັງໄດ້ ຕື່ນນອນ ມາ ເຫັນ ຄວາມສວຍງາມ ໃນໂລກ ນີ້ ຟິນມາກ ມ່າຍ 😁
ທຳມະຊາດ ບໍ່ໃຫ້ວ່າເລີຍ ມັກຄືຊີວິດ ຈິດໃຈ ເພາະມັນ ມິດງຽບ ບໍ່ມີ ການ ຕໍ່ສູ້ ແຍ້ງຊິງ ກັນ ຄືກັບ ມະນຸດເຮົາຢູ່ ນຳ ກັນ ອິດສາ ບັງບຽດ ຊິງດີ ຊິງເດັ່ນ ກັນ ຂ້ອຍ ກະເມື່ອຍຢູ່ ບາງເທື່ອ ກະ ເບື່ອ ສີ່ງອ້ອມຂ້າງ ເລີຍ ອອກໄປຫາທຳມະຊາດ ເພື່ອ ສາດແບດເຕີລີ ໃຫ້ຊີວິດ ຮ່າຮາ ❤️
ມື້ນີ້ ບໍ່ໄດ້ ກິນຊີ້ນ ເລີຍ ບໍ່ໄດ້ ສັ່ງຫຍັງ ໄດ້ ກິນແຕ່ ໂອອິຊິ ຟາສີເຫຼືອງ ກະ ຕອນນີ້ ໄດ້ ຄົບ ຕາມ ກຳນົດ ແລ້ວ ທີ່ບໍ່ກິນ ຊີ້ນ ເຈັດວັນ ແມ່ນ ເພື່ອໄຫວ ອາໄລ ໃຫ້ ໜານ້ອຍ ຖືກລົດ ຢຽບຕາຍຢູ່ຂ້າງເຮືອນ ແລ້ວ ອີກຢ່າງ ມັນ ກະດີ ຕໍ່ສຸກຂະພາບ ຂອງເຮົາແດ່ ບາງເທື່ອ ຮ່າງກາຍ ຂອງເຮົາ ກະຕ້ອງການ ພຽງແຕ່ ພັກສົດ ໜາກໄມ້ສົດ ເປັນສ່ວຍຫຼາຍ ຖ້າ ຢາກໄດ້ໂປຮຕີຮນ ແດ່ ກະ ກິນໄຂ່ແທນ ໄດ້ 😊
ຮູ້ສຶກ ດີໃຈ ທີ່ເຮົາເອົາ ຊະນະ ໃຈ ໂຕເອັງໄດ້ ບັງຄັບ ບໍ່ກິນຊີນ ເຈັດມື້ ໄດ້ ແຕ່ ກ່ອນ ອິຜ່ານ ໄປແຕ່ລະຄາບ ເຂົ້າ ມັນ ກະ ບໍ່ງ່າຍ ເລີຍ ແຕ່ ໃນທີ່ ສຸດເຮົາ ກະ ເວົ້າໄດ້ ເຕັມປາກ ວ່າ ເຮັດ ໄດ້ ຕາມຄວາຫວັງ ທີ່ຕັ້ງໃຈ ໄວ້ 🐕 ❤️ ຮັກເຈົ້າ ຫຼາຍເດີ ໝານ້ອຍ ເອີຍ ! ຂໍໃຫ້ເຈົ້າ ໄປສູ່ ພົບພູມ ທີດີ ກ່ວານີ້ ເດີ 💙💚💛🧡❤️💜