ສະບາຍດີ ເນາະ ພີ່ນ້ອງ ຂອງພວກເຮົາ🤗 steemit friends 💕
ມື້ນີ້ ຫາຄວາມ ສະບາຍ ມາໃສ່ໂຕເອັງ ບາງເທື່ອ ກະຫັກ ຄ້ານ ຄົວກິນຢູ່ນະ
ຍ້ອນວ່າ ບໍ່ຮູ້ ອິເຮັດ ຫຍັງກິນ ກ່ອນອື່ນ ໝົດນັ້ນນະ 😁 ເລີຍເສຍ ເງິນຊື້
ຄວາມສະບາຍ ມື້ນີ້ ພາກັນ ອອກໄປຫາ ຊື້ເຂົ້າ ກິນ ແຕ່ ກະແປກ ຢູ່ ບໍ່ໄດ້
ກິນເຂົ້າ ກິນແຕ່ແນວ ອື່ນ ຕອນມາຢູ່ ທຳ ອິດ ກະບໍ່ລື້ງ ໂອ້ ຍ້ອນ ພວກເຮົາ
ໄທບ້ານ ກິນເຂົ້າເຊົ້າ ເຂົ້າສວຍ ເຂົ້າແລງ ແຕ່ຢູ່ພີ້ ຊະວາ ກິນແຕ່ແນວ ອື່ນ
ແທນເຂົ້າ ບາງ ມື້ ບໍ່ໄດ້ ກິນເຂົ້າເລີຍ ແຕ່ ກິນຢູ່ ກິນແນວອື່ນ 😉
ຈານນີ້ ແມ່ນ ຂາແກະນ້ອຍ ຂະເຈົ້າ ເຮັດແບບຕົ້ມໃສ່ໃນຊອດ ຈົນຊີ້ນເປື່ອຍ
ນຸ່ມໆ ຮັບປະກັນ ຄວາມນຸ່ມ ໄດ້ເລີຍ ຊີ້ນ ບໍ່ຫຍາບ ຄາແຂ້ວ ແນ່ນອນ ກິນ
ກັບ ມັນຟະລັງ ບົດ ຢູ່ພື້ນ ແຊບໆ ຈົນ ຄ້ານເຂົ້າຄົວ ພຸ້ນລະ ຍ້ອນ ຂອງກິນ
ທີ່ເຮົາຄົວ ມັນ ສູ້ບໍ່ໄດ້ ຢູ່ຮ້ານນີ້ນະ 😉
ລາຄາ ຈານນີ້ ປະມານ $27.95.
Lamb shank 🌽🥕🌳
ເລົ້າກະຍັງ ມີ ປີ້ງ ກະດູກຂ້າງ ມີ ສະລັດ ກັບ ບົດມັນ ຟະລັງ ຮ້ານນີ້ ກະ
ແຊບ ທຸກເມນູ ເລີຍ ມັກສຸອັນ ຍ້ອນ ພໍ່ຄົວ ເພີ່ນ ເຮັດກິນ ແຊບ ກ່ອນເຮົາ
ຄົວ ແລ້ວ ທີ່ສຳຄັນ ມັນກະງ່າຍ ຢູ່ ມານັ່ງ ແລ້ວ ກະບອກ ເດັກເສີມໄປ ວ່າ
ເຮົາ ຢາກກິນຫຍັງ ເນາະ 💚 ຮ້ານ ອາຫານ ກະເປັນ ບ່ອນໜື່ງ ທີ່ຊ່ອຍ
ເຮົາໄດ້ ເວລາ ບໍ່ຢາກຄົວຫຍັງ 😁😁 ບໍ່ແມ່ນ ຂີ້ຄ້ານ ແຕ່ບໍ່ຮູ້ ແນວອິຄົວ
ກິນເລີຍ ບາງມື້ນັ້ນນະ !!!!
ບັນຍາກາດ ໃນຮ້ານ ກະເຢັນ ດີ ບັນຍາກາດ ເປັນໃຈ ຍ້ອນ ຢູ່ນອກ ມັນ
ຮ້ອນ ຍັງ ເປັນຊ່ວງ summer ລະດູຮ້ອນ ຢູ່ ອົດສະຕ່າລີ ຕອນນີ້ ນະ
ຮ້ານ ຕົກແຕ່ງ ແບບ ຄົນມັກ ເຄື່ອງຍົນ ລົດຈັກ ລົດເກົ່າປະມານນີ້ລະ ກະ
ແປກ ຕາດີຢູ່ ສະອາດ ງາມຕາ ດີ ຄົນບໍລິການ ກະດີ ຍີ້ມແຍ້ມດີ
ບາງ ເທື່ອ ບາງທີ ຄົນເຮົາ ກະບໍ່ສາມາດ ອິ ຄອບຄຸມ ຄວາມຢາກ ມີຢາກ
ເປັນ ຢາກ ໄດ້ ຢາກ ກິນ , ເຮົາ ກະຕ້ອງ ໃຫ້ ຄວາມສົມດູນ ກັບໂຕ ເອັງ
ແດ່ ຫາເງິນ ແດ່ ທ່ຽວຫຼີ້ນ ກິນ ແດ່ ເກັບເງິນ ແດ່ ເພື່ອຍາມຈົເປັນທີ່ຕ້ອງ
ໃຊ້ ຈ່າຍ ຍາມສຸກເສີນ ກະບໍ່ ວ່າ ດອກເນາະ ມີທໍ່ໃດ ກະຈ່າຍ ຈົນໝົດ ເພື່ອ
ຊື້ຄວາມສະບາຍ ເອົາເປັນ ວ່າ ເຮັດ ໃຫ້ ມັນພໍດີ ແລ້ວ ຊີ ວິດ ກະ ອິ ພໍດີ
ມີສຸກ ຕາມໄປ 💕
For your support ❤️💚💛💙💜