ສະບາຍດີ steemit friends 😊
ມື້ນີ້ ກະ ຫາເລາະ ກິນເຂົ້າເຊົ້າ ກ່ອນ ອິໄປ ຊອກຊື້ ກະເປົາ ມື້ນີ້ ຮ້ອນ ຫຼາຍ ປະມານ 40 ອົງສາ 😉 ເອົາ ເປັນວ່າ ຍ່າງອອກໄປ ທາງໃດກະ ມີແຕ່ ລົມພັດ ຮ້ອນ ມາ ປານເດືອນ ຫ້າ ບ້ານເຮົາເລີຍ !!! ມື້ວານ ນີ້ໂພດ ຂອງກິນ ປີ້ງກະດູກຂ້າງ ມີໝູ່ ຄ່ອມເມັ້ນ ໃຫ້ ວ່າ ຖ້າກິນ ແຕ່ຂອງ ກິນ ແນວນີ້ ຫຼາຍ ລະວັງຫົວໃຈວາຍ ວ່າຊັ້ນເດ ກະ ເລີຍ ເອົາມາຄິດ ເບີ່ງ ຫາແນວກິນ ທີ່ມີ ສີຂຽວເພີ່ມຂື້ນ👌🥙🥙🥙 ໜ້າຕາຂອງ ກິນ ມື້ນີ້ ກະ ມີ ໄກ່ ຜັກ ຊີດສ ຄ້າຍຄື ແຊນວິດ ຫັ້ນລະ ກິນກັບກາເຟ ປັ່ນ ເຢັນຊື່ນໃຈ 👇👇👇
ຕັ້ງແຕ່ ມື້ນີ້ ໄປ ກະ ຄື ອິໄດ້ ພັກ ການຂຽນໂພດ ໄວ້ ກ່ອນ ຍ້ອນ ບໍ່ມີ ເວລາ ແທ້ໆ ແລ້ວ ຫ້ານາທີ ກະບໍ່ມີ 😁😁 ຕ້ອງໄດ້ ຈັດແຈງ ເຄື່ອຂອງ ທຸກຢ່າງ ກ່ອນໃຫ້ແລ້ວ ພາຍໃນ ອາທິດນີ້ ແລ້ວ ອາທິດ ຕໍ່ມາ ກະ ຈ່ອງ ປີ້ຍົນ ກັບລາວ 😊 ການລໍຄອຍ ກະ ອິໄດ້ ຈົບລົງ 👌 ຖ້າມື້ຖ້າວັນ ຈ່ອງປີ້ຍົນ ຢູ່ເນ 😁 ຂອບໃຈ ຄົນລາວແລ້ວ ກະ ໝູ່ຄູ່ ທຸກຄົນ ທີ່ໃຫ້ຄວາມຊ່ວຍເຫຼືອງຕິດຕາມ ກັນຕະຫຼອດມາ ຂອບໃຈ ຫຼາຍ 👭👫👬👭👫👬👭👫👬
ແວະກິນເຂົ້າ ແລ້ວ ກະຫາຊື້ ກະເປົາ ເພື່ອ ເກັບເຄື່ອງຂອງ ອັນ ນ້ອຍ ຫຼາຍ ກະບໍ່ໄດ້ ໃຫຍ່ ຫຼາຍ ກະ ບໍ່ໄດ້ ຕ້ອງ ໃຫ້ ພໍດີ 😊 ຍ່າງເລາະ ຫາ ຫຼາຍຮ້ານ ກ່ອນ ອິໄດ້ ແຕ່ ຮ້ານຕາມແຄມ ທາງ ກະຮ້ອນ ເຫຼືອຫຼາຍ So hot in Australia at this time ☀️☀️☀️
Love it steemit 🥪🥪🥪
Thank you for your support 💕🥪💕