Hello steemit friends
ສະບາຍດີ ມື້ນີ້ ແວະມາກິນ ຈືນປາແດກ ກັບລ້ວກຜັກ ໄດ້ຫຼາຍວຽກຢູ່ ຮ່າຮ່າ ແວະມາ ຫາໄມ້ ອິເອົາໄປ ເຮັດ ປ້າຍ ຂອງຮ້າຮ ສະປອດບາ ກະໄດ້ ວຽກ ມ່ວນ ວຽກ ກິນໄປ ພ້ອມ ຈືນປາແດກ ແມ່ນຂອງ ມັກ ທີສຸດ ຕັ້ແຕ່ ຈື່ຄວາມໄດ້ 😍
ພໍ່ເຖົ້າຈັນ ເພີ່ນ ລົງມື ຄົວ ໃຫ້ກິນ ທັ້ງທີ ກະແຮງແຊບ ເພາະ ແມ່ນ ຜູ້ ທີເຮົາຮັກ ແລະເຄົາລົບ ທີສຸດ ❤️ ຈະບໍ່ມີ ເຮົາມື້ນີ້ໄດ້ ຖ້າ ບໍ່ມີ ເພີ່ນທັງສອງ ຄອຍບອກ ສອນ ເຮົາມາແຕ່ຍັງນ້ອຍ ເຮົາ ກະຄິດເຕືອນໃຈສະເໝີ ມື້ໃດ ຫວ້າງຈາກ ການແລ່ນ ກັບເວລາ ເຮັດວຽກ ກະແວະມາຫາ ທັນທີ
ຖືງວ່າ ຈະເປັນອາຫານ ບ້ານນອກ ແຕ່ ມັນ ກະມີຄຸນຄ່າ ທາງຈິດໃຈ ຫຼາຍ ສ່ວນວຽກ ອື່ນ ແມ່ນ ກິນເບຍ ສ້າງສັນ ນຳໄທບ້ານເຮົາ ແລ້ວ ກະ ມີໝູ່ເພື່ອນ ຮັກແພງກັນ ພໍດີ ໄດ້ ຍ້ອນຫຼັງ ວັນເກີດຫຼານ 😁
ຕໍ່ຍາວໄປ ນັ່ງກິນເບຍ ເຢັນໆ ລົມເລື້ອງນັ້ນ ນີ້ ມ່ວນ ຫົວໃຈໄປ ຕາມພາສາ ບ້ານໆ ຂອງເຮົາ ຂ້ອຍມັກ ການໃຊ້ ຊີວິດແບບນີ້ ອ້ອມຮອບ ກັບ ຄົນ ຮັກ ແພງ ມັນດີຕໍ່ໃຈແທ້ !
Thank you for visit my blog 💙
Will see you again next post 😊