ສະບາຍດີ ເດີ steemit friends 🐟🐟🐟
ຄຶດຮອດເດ ຕຳໝາກຫຸງ ພັນປາ 😍 ເປັນ ອາຫານ ອີກ ສະນິດໝື່ງ ທີ່ເຮັດ ໃຫ້ ຂ້ອຍ ຄຶດຮອດ ບ້ານ ໄດ້ ຍ້ອນ ມັນແມ່ນ ຂອງ ກິນ ກັບເຂົ້າ ຂອງ ກັບແກມ ຊ້ນດີ 😁 ຊ່ວງໃດ ໝູ່ຄູ່ ມາຢາມ ກະ ມີເບຍ ມີ ພັນປາ ຕຳໝາກຫຸ່ງ ບາງ ເທື່ອ ກະ ເຮັດຕົ້ມຍຳ ໂອ້ຍ ຄຶດ ຮອດ ລໍຖ້າ ເວລາຢູ່ ສອງ ສາມ ອາທິດ ອິມາຮອດ ນີ້ ກະຄື ອິໄດ້ ກິນສົມໃຈ ແລ້ວ ເນາະ👍
ຂ່ອຍ ຄິດວ່າ ນີ້ຄື ອິເປັນສາເຫດ ໃຫ້ຄົນລາວ ເຮົາບໍ່ຕຸ້ຍຫຼາຍ ຍ້ອນ ກິນ ປະເພດ ຜັກ ປາ ເປັນສ່ວນໃຫຍ່ ດີຕໍ່ຮ່າງກາຍ ເນາະ ຂ້ອຍ ກະມັກ ຂອງ ກິນລາວ ພວກ ເຮົາ ຫຼາຍ ກ່ວາ ພວກ ເບີເກີ ພິຊາ ພວກ ນີ້ ຂອງລາວເຮົາ ກິນມາແຕ່ ນ້ອຍ ຈົນໃຫຍ່ ອິບໍ່ໃຫ້ ມັກ ໄດ້ ແນວໃດ ເນາະ 💕 ເວົ້າ ມາແລ້ວ ກະນໍ້າລາຍໄຫຼ 😅 ທັງຄິດຢາກ ແດ່ ໂອ້ຍ ຈັ່ງແມ່ນເດ ຊີວິດຂ້ອຍ ນີ້ ໄກ ບ້ານໄກ ເມືອງ ໂພດ ຈັກໜ່ອຍ ກະອິໄດ້ ກັບ ສົມໃຈ ລະ
ເວົ້າເລື່ອງ ກັບ ບ້ານ ມາລະກ່າ ມີ ແນວ ວາງແຜນ ໄວ້ ໃນຫົວ ພ້ອມ ວ່າຢາກ ເຮັດ ຫຍັງ ໄປຫຍັງ 😅 ທີ່ ສຳຄັນ ແມ່ນ ເລື່ອງ ຂອງ ກິນ ກ່ອນ ຄຶດຮອດ ຫຼາຍ ໄຄແຜ່ນ ໜັງຍຳ ຂົ້ວປາແດກໜັງ ຕ່ອນໃຫຍ່ໆ ໃສ່ຜັກ ອີ່ຕູ່ຫຼາຍໆ ແລ້ວ ກິນ ກັບ ເຂົ້າ ໜຽວ ຈໍ້າໃສ່ ສຸດຍອດ ເວົ້າ ເຂົ້າໜຽວ ມາ ລະ ຂ້ອຍ ບໍ່ໄດ້ ກິນ ເຂົ້າໜຽວ ມາເປັນປີ ແລ້ວ 😉
ຈັ່ງ ແມ່ນຊີວິດ ລຳເຄັນ ແທ້ເນາະ ຄົນໄກ ບ້ານ ນີ້ ບໍ່ແມ່ນ ແຕ່ຂ້ອຍ ທີ່ເຈີ ບັນຫາແນວ ນີ້ ແຕ່ ທຸກຄົນ ທີ່ ອອກຈາກບ້ານ ມາຕ່າງແດນ ມັນກະ ມີ ສະຕາກຳ ຄ້າຍຄື ກັນ ເກືບ ທຸກຢ່າງ ບໍ່ແມ່ນແຕ່ຂາດ ຂອງກິນຫາຍາກ ຄືຂອງ ບ້ານເຮົາ ຍັງ ຫາໝູ່ຄູ ຂ້າງເຮືອນ ກະຂ້ອນຂ້າງຍາກ ເພາະ ສ່ວນຫຼາຍ ຄົນຢູ່ພີ້ ເຂົາ ຈະມັກ ແບບ ເປັນສ່ວນຕົວ ບໍ່ມັກ ສົນທະນາ ແນວບໍ່ມີ ສາລະເລື່ອງຊາວບ້ານ 😁 ເອົາເປັນວ່າ ງຽບສະຫງົບ ດີຫຼາຍ !!!
Love it steemit 🐟🐟🐟
Thank you for your support 💕