ສະບາຍດີ steemit friends 💕
- ມື້ນີ້ ຂ້ອຍເຮັດ ຕົ້ມເຄັມ ໃສ່ໄຂ່ ເປັນຂອງ ມັກແຕ່ ກີ້ ພຸ້ນລະ ຕອນຢູ່ ບ້ານ ກະ ມີ ປ້າບົວພັນ ໄທບ້ານເໜືອ ເຮັດ ມາຂາຍ ລາວຍ່າງ ຫາບຍ່າງເລາະ ຂາຍ ມາຮອດ ບ້ານໃຕ້ ແຖວຂ້ອຍຢູ່ ບາງມື້ ແມ່ຂ້ອຍ ກະ ຊື້ມາ ກິນແລງ ລາວກະຂາຍ ຫຼາຍຢ່າງຢູ່ ເປັນ ໄສ້ອົ່ວ ເປັນແກງນໍ່ໄມ້ ເປັນມົກ ປາແດກ ໂອ້ຍ ຂ້ອຍ ມັກ ມົກ ປາແດກ ຫຼາຍ ແຕ່ ຮອດປານນີ້ ຂ້ອຍ ຍັງ ຄົວມົກປາແດກ ບໍ່ຊ່າງເທື່ອ ເອົ້າ ແນວໃດ ກະຍັງ ຊອກ ຫາຮຽນຮູ້ໄປ ນີລະ ມື້ໜ້າຄ່ອຍ ຮຽນເຮັດມົກ ປາແດກ ມື້ນີ້ ເອົາ ຕົ້ມເຄັມກ່ອນ 😁
ເຄື່ອງເທດ ກະ ມີ ນໍ້າຕານ ແກ່ນດາວ ຄະນໍ ຜັກທຽມ ຊອດຫອຍນາງລົມ ສະອີວດຳ ສະອີວແດ່ ເພື່ອ ປຸງລົດ
ຂ້ອຍຂົ້ວ ນໍ້າຕານ ໃຫ້ ເປັນສີ ນໍ້າຕານ ແລ້ວ ກະ ໃສ່ເຄື່ອງ ທີ່ຕຽມໄວ້ ລົງໄປ ໃສ່ນໍ້າ ໜ້ອຍ ໜື່ງ ພໍໃຫ້ຖ້ວມຊີ້ນໜູ ແລ້ວ ກະ ປະໃຫ້ ມັນ ຟົດ ໄປປະ ມານ 30- 50 ນາທີ ຖ້ຊີນ ອ່ອນໆ ແລ້ວ ກະ ໃສ່ໄຂ່ ທີ່ຕົ້ມ ກຽມໄວ້ ປອກລຽບລ້ອຍ ລົງ ໄປ ແລ້ວ ກະ ປະໄວ້ ອີກ 15 ນາທີ
ກະ ໄດ້ ໜ້າຕາ ອອກມາ ແບບນີ້ 😍 ເປັນ ແນວໃດ ພໍໃຊ້ໄດ້ ຢູ່ ບໍ່ເນາະ 😊ແຕ່ ກະແຊບ ຕາມ ແບບທີ່ຂ້ອຍ ມັກ ປຸງລົດ ຕາມມັກ ຂອງຂ້ອຍ ເນ ຜູ້ ອ່ນ ອາດຈະ ແຕກ ຕາງ ໄປເນາະ ເພາະ ເຮົາ ມັກ ຄົນລະແນວ 💕
Love it steemit 💕
Thank you for your support 🤗